ນັບແຕ່ວັນທີ່ 26/03/2018 ເປັນຕົ້ນມາ ທາງມູນນິທິ ພົງສະຫວັນ ໄດ້ລິເລີ່ມໂຄງການ “ຟາມຕົວແບບ ແລະ ການເກັບກ່ຽວຜົນລະປູກ ” ໃນພຶ້ນທີ່ 23 ເຮັກຕ້າ ຢູ່ເມືອງ ລ່ອງຊານ ແຂວງ ໄຊສົມບູນ ເຊິ່ງບໍລິຈາກໂດຍ ກຸ່ມບໍລິສັດພົງສະຫວັນ ຈຳກັດ ເພື່ອເປັນບ່ອນຝຶກອົບຮົມໃນ ການເຮັດກະສິກຳແບບໃໝ່ ແລະ ການນຳໃຊ້ເທັກໂນໂລຊີ ເຂົ້າໃນການເຮັດກະສິກຳ ເພື່ອເປັນບ່ອນໃຫ້ປະຊາຊົນໃນຂົງເຂດ ນັ້ນສາມາດເຂົ້າມາຮຽນໄດ້ຢູ່ສູນຝຶກອົບຮົມຂອງມູນນິທິ ພົງສະ ຫວັນຢູ່ທີ່ບ້ານ ແກ່ວສາມີ ເມືອງ ລ່ອງຊານ. ໃນນັ້ນ ຟາມຕົວແບບ ຈະໄດ້ທຳການຄົ້ນຄວ້າ ທົດລອງ ການປູກພືດຊະນິດໃໝ່ ໃນພຶ້ນທີ່ ທີ່ແຕກຕ່າງກັນ ແລະ ສະພາບອາກາດທີ່ແຕກຕ່າງກັນ. ນອກນັ້ນ ຍັງທຳການຄົ້ນຄວ້າປັບປຸງກ່ຽວກັບການລ້ຽງສັດໃນຂົງເຂດນັ້ນ ເພື່ອເຮັດໃຫ້ພວກເຂົາມີລາຍຮັບທີ່ເພີ່ມຂຶ້ນໃນຄອບຄົວ. ເພື່ອຍັງເປັນການສ້າງໃຫ້ຊຸມຊົນມີ້ຄວາມສາມັກຄີ ແລະ ສາມາດເປັນຊຸມຊົນທີ່ກ້າວກະໂດດ ແບບເຂັ້ມແຂງໄດ້ ອີກດ້ວຍRead More →

ໃນວັນທີ 26/05/2018 ມູນນິທິ ພົງສະຫວັນເມດຕາ ຂອງພວກເຮົາໄດ້ລົງໄປມອບເຄື່ອງນຸ່ງຫົ່ມມູນຄ່າ 5,000,000 ກີບ ໃຫ້ແກ່ປະຊາຊົນເຜົ່າພ່ອງທີ່ຖືກປະສົບອັກຄີໄພທີ່ບ້ານສັນແຟນ, ເມືອງຄໍາ, ແຂວງຊຽງແຂວງ ເຊິ່ງມີຈໍານວນ 3 2 ຫຼັງຄາເຮືອນ, 260 ຄົນ ທີ່ໄດ້ຮັບຜົນກະທົບ ອາຊີບຫຼັກຂອງພວກເຂົາກໍ່ຄືປູກເຂົ້າເນີນສູງ ແລະ ລ້ຽງສັດເປັນສ່ວນໃຫຍ່. ສິ່ງທີ່ພວກເຂົາຍັງຕ້ອງການແມ່ນເງິນທີ່ຈະໄປຊື້ເສົ້າເຮືອນ, ຄານເຮືອນ ແລະ ອຸປະກອນອື່ນໆ ເພື່ອມາປຸກສ້າງເຮືອນໃໝ່Read More →