ວັນທີ 28 ເມສາ 2021 ມູນນິທິພົງສະຫວັນ, ກຸ່ມບໍລິສັດ ພົງສະຫວັນ ຈຳກັດ,ທະນາຄານ ພົງສະຫວັນ ຈຳກັດ ພ້ອມທັງບໍລິສັດໃນເຄືອ ໄດ້ມອບເຄື່ອງອຸປະຖຳເຄື່ອງບໍລິໂພກໃຫ້ກັບແພດໝໍ ທີ່ໂຮງໝໍມິດຕະພາບ ກ່າວມອບໂດຍທ່ານ ນາງ ດາລາວັນ ສຣິດທິລາດ ຮອງຜູ້ອຳນວຍການໃຫຍ່ ທະນາຄານພົງສະຫວັນ ຈຳກັດ ທ່ານ ຄຳຫຼ້າ ລໍລອນສີ ປະທານມູນນິທິພົງສະຫວັນ ແລະ ກ່າວຮັບໂດຍທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການ ໂຮງ ໝໍມິດຕະພາບ ພ້ອມດ້ວຍຄະນະ ອຳນວຍການ ແລະ ພະນັກງານ ໃຫ້ກຽດເຂົ້າຮ່ວມ.

ໃນການປະກອບສ່ວນເຄື່ອງບໍລິໂພກທີ່ນຳມາມອບໃນຄັ້ງນີ້ ປະກອບມີ ນ້ຳດື່ມກາຫົວເສືອ 100 ແກັດ, ໝີ່ກ່ອງ 20 ແກັດ, ຄະນໍຄັບໂຈກ 10 ແກັດ, ກາເຟ ແລະ ໂອວັນຕິນ ລວມ 12 ແກັດ ແລະ ເຄື່ອງດື່ມອື່ນໆອີກ ລວມມູນຄ່າ 20 ລ້ານກີບ.

ການມອບເຄື່ອງໃນຄັ້ງນີ້ ເພື່ອ ເປັນການປະກອບສ່ວນໃນການຊ່ວຍເຫຼືອແພດໝໍທີ່ໄດ້ປະຕິບັດໜ້າທີ່ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ COVID-19 ໃຫ້ກັບໂຮງໝໍດັ່ງກ່າວ ເຊິ່ງການປະກອບສ່ວນໃນຄັ້ງນີ້ ເປັນພຽງສ່ວນໜຶ່ງຂອງນະໂຍບາຍຂອງທະນາຄານ ເພື່ອຊ່ວຍເຫຼືອສັງຄົມ ແລະ ຈະຍັງສືບຕໍ່ນະໂຍບາຍນີ້ໄປອີກຫຼາຍໆແຫ່ງໃນຕໍ່ໜ້າ.