ໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ຢູ່ຈຸດສຸມໂພນສະຫວາດ (516) ເມືອງລ້ອງຊານ ແຂວງໄຊສົມບູນ ເປັນການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດຮ່ວມກັບ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ເປົ້າໝາຍຕົ້ນຕໍ່ຂອງໂຄງການ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ, ສ້າງເປັນສູນຕົວແບບແຫ່ງການຮຽນຮູ້ດ້ານກະສິກຳ (ປູກຝັງ-ລ້ຽງສັດ) ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອປະຊາຊົນໃຫ້ມີຊີວິດທີ່ດີຂຶ້ນ

ໂຄງການໄດ້ມອບສັດລ້ຽງໃຫ້ແກ່ປະຊາຊົນຄອບຄົວຜູ້ທຸກຍາກ ໃນ 8 ບ້ານຄື: ບ້ານ ໂພນສະອາດ, ບ້ານ ໂພນສະຫວາດ, ບ້ານ ດອນສຳພັນ, ບ້ານ ແກ່ວສາມີ, ບ້ານ ສັນປາຕອງ, ບ້ານ ນາມອນ, ບ້ານ ນ້ຳມຸງ, ບ້ານ ນ້ຳເຢັນ ເປັນຄອບຄົວທີ່ໄດ້ມາດຖານທຸກຍາກ

ມອບໄປແລ້ວ 20 ຄອບຄົວ ໃນນັ້ນໄດ້ມອບໝູໃຫ້ຄອບຄົວລະ 1 ໂຕ, ສ່ວນເປັດ ແລະ ໄກ່ ຄອບຄົວລະ 1 ຄູ່

ໂຄງການຍັງມີແຜນສືບຕໍ່ມອບສັດລ້ຽງໃຫ້ແກ່ປະຊາຊົນຜູ້ທຸກຍາກເພີ່ມອີກ 30 ຄອບຄົວ ໃນນັ້ນໝູ ຄອບຄົວລະ 1 ໂຕ ສ່ວນເປັດ ແລະ ໄກ່ ຄອບຄົວລະ 1 ຄູ່

– ໃນວັນທີ 7 ພຶດສະພາ ມອບໃຫ້ 12 ຄອບຄົວ

– ໃນວັນທີ 12 ພຶດສະພາ ມອບໃຫ້ 15 ຄອບຄົວ

– ໃນວັນທີ 13 ພຶດສະພາ ມອບໃຫ້ 3 ຄອບຄົວ ລວມທັງໝົດ 30 ຄອບຄົວ

ໄລຍະນີ້ມີການແຜ່ລະບາດພະຍາດອັກເສບປອດ Covid-19 ຢ່າງຮຸນແຮງ ທາງເມືອງຈຶ່ງມອບໃຫ້ທາງນາຍບ້ານຂອງຄອບຄົວປະຊາຊົນທີ່ອາໃສຢູ່ນັ້ນໃຫ້ຕາງໜ້າມອບໃຫ້ພໍ່ແມ່ປະຊາຊົນ, ພ້ອມດຽວກັນນັ້ນໂຄງການຍັງໄດ້ຈັດຝຶກອົບຮົມເຕັກນິກດ້ານວິຊາອາຊີບວິທີການລ້ຽງ, ການສ້າງຄອກ, ການຜະລິດອາຫານຈາກວັດຖຸດິບທ້ອງຖິ່ນ, ການໃຫ້ອາຫານແຕ່ລະວັນ, ການສັກວັກຊີນປ້ອງກັນພະຍາດ-ການປິ່ນປົວສັດເຈັບ ແລະ ການປູກຝັງໃຫ້ແຕ່ລະຄອບຄົວຜູ້ທຸກຍາກໃນ 9 ບ້ານ, ໂດຍເລັ່ງການຝຶກອົບຮົມດ້ານທັດສະ ແລະ ວິຊາອາຊີບ ການປູກຝັງລ້ຽງສັດໃຫ້ເຂົາເຈົ້າ ໃຫ້ສາມາດ ກຸ້ມຕົນເອງ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ເລີຍ.