ຕາງໜ້າມູນນິທິ ກຸ່ມບໍລິສັດ ພົງສະຫວັນ ມອບເຂົ້າສານ ພ້ອມເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ ການນຳຂອງເມືອງນອງ ເພື່ອມອບຕໍ່ໃຫ້ບ້ານເປົ້າໝາຍ.

ອີງຕາມສະພາບຄວາມເປັນຈິງຂອງພໍ່ແມ່ປະຊາຊົນທີ່ຍັງມີຄວາມຫຍຸ້ງຍາກລຳບາກ ທາງດ້ານສະບຽງອາຫານ ໂດຍສະເພາະແມ່ນ: ເຂົ້າກິນ ແລະ ເຄື່ອງນຸ່ງຮົ່ມ ດັ່ງນັ້ນໃນຕອນບ່າຍຂອງວັນທີ 15 ສິງຫາ 2023 ນີ້ທາງມູນນິທິ ກຸ່ມບໍລິ ສັດ ພົງສະຫວັນ ຈຳກັດ ໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກມອບໃຫ້ການນຳຂອງເມືອງ ນອງ ເພື່ອມອບຕໍ່ໃຫ້ປະຊາຊົນບ້ານເປົ້າໝາຍຂອງເມືອງນອງ ໂດຍການໃຫ້ກຽດມອບຂອງທ່ານ ຄຳລຸຍ ຍາດຕິວົງ ຕາງໜ້າ ມູນນິທິ ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ແລະ ຮ່ວມເປັນສັກຂີພະຍານຮັບ ໂດຍທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ, ມີບັນດາທ່ານ ຄະນະກຳມະການປະຈຳພັກເມືອງ, ຫົວໜ້າຫ້ອງການເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ: ເຂົ້າສານໜຽວ, ເຂົ້າສານຈ້າວ ຈຳນວນ 1 ໂຕນ ແລະ ເຄືອງນຸ່ງຮົ່ມຈຳນວນ 13 ແກັດ ລວມມູນຄ່າທັງໝົດ 17,288,000 ກີບ ແລະ ທາງການນຳຂອງເມືອງນອງ ແມ່ນຈະໄດ້ສືບຕໍ່ລົງມອບໃຫ້ ປະຊາຊົນ 3ບ້ານເປົ້າໝາຍຄື: ບ້ານ ປະລ໋ອຍ, ບ້ານ ຜູ້ໄທ-ສະແຫຼງ ແລະ ບ້ານ ສະຫຼາງ ລວມຈຳນວນມີ 244ຫຼັງຄາເຮືອນ, 1,266 ຄົນ, ຍິງ 447 ຄົນ, ສຳລັບເຄື່ອ ອຸປະໂພກ – ບໍລິໂພກທີ່ໄດ້ ຈາກ ມູນນິທິ ກຸ່ມບໍລິ ສັດ ພົງສະຫວັນ ຈຳກັດຄັ້ງນີ້ ແມ່ນໄດ້ຈາກການ ລະດົມ, ການນຳເໜີຂໍເຄື່ອງຊ່ວຍເຫຼືອ ຈາກ ທ່ານ ເຈົ້າເມືອງໆນອງ ເພື່ອຊ່ວຍແບ່ງເບົາບັນເທົາທຸກໃນເບື້ອງຕົ້ນໃຫ້ກັບປະຊາຊົນ ທີ່ຍັງທຸກຍາກ, ຂາດເຂີນໃນປະຈຸບັນ.